20/05/2020
ເດີມວິຖີຊີວິດຂອງຄົນເຮົາຈະຕິດພັນກັບທຳມະຊາດທັງແສງແດດ ສາຍລົມ ສາຍນຳ້ ດ້ວຍຄວາມໃກ້ຊິດກັບທຳມະຊາດຈຶ່ງສົ່ງຜົນໃຫ້ຈິດໃຈຂອງຄົນໃນຍຸກກ່ອນມີຄວາມອ່ອນໂຍນ ເອື້ອອາທອນ ຊ່ວຍເຫລືອຊຶ່ງກັນ ແລະກັນ ແລະກໍພ້ອມຈະຮຽນຮູ້ທີ່ຈະຢູ່ກັບທຳມະຊາດໂດຍບໍ່ຕໍ່ຕ້ານ ຫລືຝືນກົດທຳມະຊາດ.
ເມື່ອຄວາມຈະເລີນທາງດ້ານວັດຖຸມີຫລາຍຂຶ້ນເລື້ອຍໆຈົນເຖິງປະຈຸບັນຄວາມໃກ້ຊິດກັນຂອງຄົນເຮົາກັບທຳມະຊາດນັບວັນຈະຫ່າງຖອຍອອກໄປ ດ້ວຍສັງຄົມທີ່ຟ້າວຝັ່ງເຮັດໃຫ້ເຮົາແບ່ງເວລາພາຕົວເອງໄປຫາທຳມະຊາດນ້ອຍລົງ. ດັ່ງນັ້ນ, ຄົນຍຸກນີ້ຈຶ່ງມີແນວຄິດນຳເອົາທຳມະຊາດທີ່ຢູ່ໄກໂຕໃຫ້ກັບມາຢູ່ໃກ້ຕົວໂດຍການຈັດສວນດອກໄມ້ ແລະປູກຕົ້ນໄມ້ໃນພື້ນທີ່ຂອງຕົນ.
ການຈັດສວນ ບໍ່ວ່າຈະເປັນຂະໜາດນ້ອຍ ຫລືຂະຫນາດໃຫ່ຍ ກໍລ້ວນກໍ່ໃຫ້ເກີດພະລັງທຳມະຊາດຂຶ້ນໄດ້ ຕາມຂະໜາດ ແລະຄວາມສວຍງາມ ເພາະຍິ່ງສວນມີຂະໜາດໃຫ່ຍເທົ່າໃດ ແນ່ນອນວ່າພະລັງແຫ່ງທຳມະຊາດຍ່ອມມີຫລາຍຂຶ້ນຕາມລຳດັບ ແຕ່ບໍ່ໝາຍຄວາມວ່າສວນຂະໜາດນ້ອຍຈະບໍ່ມີພະລັງທຳມະຊາດທີ່ມາເກື້ອກູນຊີວິດໃຫ້ແກ່ຕົວເຮົາ
ການຈັດສວນກໍເປັນສາດ ແລະສິນທີ່ຈະຊ່ວຍໃຫ້ໃຈເຮົາເກີດຄວາມສະຫງົບເຢັນ ແລະເບີກບານ ຫາກການຈັດສວນນັ້ນສອດຄ່ອງກັບພະລັງງານທີ່ທີຢູ່ໃນທຳມະຊາດນັ້ນນຳ ສວນທີ່ເຮົາຈັດຂຶ້ນມານອກຈາກຈະໄດ້ຄວາມພູມໃຈແລ້ວ ເຮົາຍັງຄົງໄດ້ຮັບພະລັງງານທຳມະຊາດທີ່ສອດຄ່ອງ ແລະເກື້ອກູນໃຫ້ຊີວິດໃນດ້ານຕ່າງໆອີກດ້ວຍ.
ການຈັດສວນສາມາດດຶງເອົາພະລັງງານທຳມະຊາດທີ່ມີຢູ່ແລ້ວມາເກື້ອກູນຊີວິດໄດ້ ໂດຍການໃຊ້ຫລັກວິຊາຮວງຈຸ້ຍເຂົ້າມາເປັນພະລັງເສີມໃຫ້ສວນທີ່ເຮົາຈັດມີຄວາມເປັນມົງຄຸນໄດ້ ດ້ວຍການໃຊ້ສີສັນ ແລະປະເພດໄມ້ດອກ, ໄມ້ໃບ ທີ່ເຮົາຈະປູກໃຫ້ຖືກກັບທິດທາງທີ່ເຮົາຈະຈັດສວນ ພຽງເທົ່ານີ້ການຈັດສວນຂອງເຮົານອກຈາກຈະໃຫ້ຄວາມສວຍງາມ ຄວາມພູມໃຈແລ້ວ ຍັງໃຫ້ພະລັງທີ່ເປັນມົງຄຸນເສີມຊີວິດອີກດ້ວຍ.
ກ່ອນທີ່ເຮົາຈະເລີ່ມຈັດສວນເພື່ອເສີມມົງຄຸນຊີວິດນັ້ນ ເຮົາຕ້ອງຮູ້ກ່ອນວ່າທີດທາງທີ່ຈະຈັດສວນນັ້ນຢູ່ໃນທິດໃດ ວິທີທີ່ຈະຮູ້ໄດ້ກໍ່ຄືເຮົາຕ້ອງຢືນຢູ່ຕຳແຫນ່ງກາງບ້ານ ຫັນຫນ້າໄປທີ່ຫນ້າບ້ານແລ້ວໃຊ້ເຂັມທິດວັດອົງສາ ແລະເບີ່ງວ່າເຂດທີ່ເຮົາຈະຈັດສວນນັ້ນຢູ່ໃນທິດໃດ (ສາມາດເບີ່ງວິທີການໃຊ້ເຂັມທິດໄດ້ໃນກູເກິລ) ພຽງເທົ່ານີ້ເຮົາກໍສາມາດຈັດສວນເສີມມຸງຄຸນຊີວິດໄດ້ແລ້ວ.
ຫາກສວນຂອງເຮົາຢູ່ໃນທິດເໜືອ ທິດນີ້ເປັນທິດພະລັງທາດນຳ້ ແນ່ນອນວ່າເມື່ອສວນຢູ່ໃນທິດນຳ້ກໍສາມາດຈັດວາງນຳ້ລົ້ນ, ນຳ້ພຸ, ນຳ້ຜຸດ ....ໄດ້ ແຕ່ຕ້ອງຈັດວາງໃຫ້ສົມດຸນກັບຂະຫນາດພື້ນທີ່ ລວມເຖິງຮູບຊົງໃຫ້ເຫມາະສົມສວຍງາມດ້ວຍໄມ້ດອກ ຊຶ່ງເຂດທີ່ຈັດໃນບໍລິເວນນີ້ສາມາດໃຊ້ໄມ້ດອກສີຂາວ, ສີຟ້າ, ສີກົມ. ສ່ວນປະເພດໄມ້ໃບທີ່ຈະປູກແມ່ນໃຫ້ເປັນໄມ້ໃບກົມ ຫນາ ແລະເປັນແບບອຸ້ມນຳ້ ຈະດີຫລາຍ ຊຶ່ງຈະເປັນການເສີມເລື່ອງພະລັງງານດ້ານການງານຂອງທ່ານໄດ້ດີ.
ຫາກສວນຂອງເຮົາຢູ່ໃນທິດຕາເວັນອອກສຽງເຫນືອ ຫລືທິດຕາເວັນຕົກສຽງໃຕ້ ທິດດັ່ງກ່າວນີ້ມີພະລັງເປັນທາດດິນ ເມື່ອພະລັງຂອງທິດຄືຄວາມແຂງແກ່ນ ເຮົາກໍສາມາດຈັດສວນຫິນເພື່ອເສີມພະລັງຂອງທາດດິນໄດ້ ສວນລິເວນນີ້ຄວນມີຄວາມສະຫວ່າງ ມີແສງໄຟໃນຍາມຄໍ່າຄືນຈະຍີ່ງດີ, ໄມ້ດອກຄວນມີສີສັນໂທນຮ້ອນ ເຊັ່ນ ສີແດງ, ສົຊົມພູ, ສີມ່ວງ,ສີເຫລືອງສົດ. ສ່ວນໃບໄມ້ຈະໃຊ້ໄມ້ໃບທີ່ມີຄວາມລຽວແຫລມ ຫລືໄມ້ໃບທີ່ເບີ່ງແຂງແຮງ ທິດນີ້ຈະເສີມພະລັງເລື່ອງການຮຽນຮູ້ ການເປີດກວ້າງ ແລະຄວາມສຳພັນໃນຊີວິດ.
ຫາກສວນຂອງເຮົາຢູ່ໃນທິດຕາເວັນອອກ ຫລືທິດຕາເວັນອອກສຽງໃຕ້ ທິດນີ້ມີພະລັງເປັນທາດໄມ້ ແນ່ນອນວ່າທິດນີ້ຍິ່ງປູກຕົ້ນໄມ້ຍີ່ງດີ ຍິ່ງຕົ້ນໄມ້ທີ່ມີຄວາມຂຽວຊະອຸ່ມຊຸ່ມຊື່ນ ມີດອກໄມ້ໃຫ້ຊື່ນຊົມຍິ່ງເປັນການດີຫລາຍ ທິດນີ້ເຫມາະແກ່ການປູກໄມ້ໃບທີ່ເບີ່ງແລ້ວສົດຊື່ນສະບາຍຕາຈະດີກວ່າໄມ້ດອກ, ທີ່ສຳຄັນທິດທາງນີ້ຍັງສາມາດເສີມພະລັງຂອງນໍ້າເພື່ອສ້າງຄວາມຊຸ່ມຊື່ນໃຫ້ກັບຕົ້ນໄມ້ ແລະສ້າງບັນຍາກາດທີ່ດີໃຫ້ກັບສວນໄດ້ອີກດ້ວຍ. ທິດນີ້ຈະເສີມພະລັງເລື່ອງຄວາມສຳເລັດ ແລະການເງິນ.
ຫາກສວນຂອງເຮົາຢູ່ໃນທິດຕາເວັນຕົກ ຫລືທິດຕາເວັນຕົກສຽງເໜືອ ທິດທາງນີ້ເປັນພະລັງທາດໂລຫະ ການຈັດສວນທິດທາງນີ້ຈະເນັ້ນສວນທີ່ມີລົກສະນະຊົງກົມ ການຕັດແຕ່ງຕົ້ນໄມ້ ຫລຶການປູກຕົ້ນໄມ້ຄວນຈັດຮູບຊົງກົມ ຈະເໝາະສົມກັບພະລັງຂອງທິດທາງ ຫາກຈະປູກໄມ້ດອກກໍຄວນປູກໄມ້ດອກສີຂາວທີ່ມີກິ່ນຫອມ ຈະຊ່ວຍເສີມພະລັງຂອງສວນໃຫ້ເປັນມຸງຄຸນຍິ່ງຂຶ້ນ; ອີກທັງສວນໃນທິດນີ້ສາມາດຈັດສວນຫີນ ຫລືນຳຫີນທີ່ມີຮູບຊົງສວຍງາມ(ອອກກົມມົນ) ມາຈັດວາງເພີ່ມຄວາມສວຍງາມໄດ້. ທິດນີ້ຈະຊ່ວຍເສີມພະລັງແຫ່ງຄວາມຄິດສ້າງສັນ ແລະພະລັງຂອງຄວາມອຸປະຖໍາເກື້ອກູນ.
ຫາກສວນຂອງເຮົາຢູ່ໃນທິດໃຕ້ ທິດນີ້ມີພະລັງເປັນທາດໄຟ ການຈັດສວນຈະເນັ້ນຕໍຄວາມສະຫວ່າງ ແສງແດດສ່ອງເຖິງຍາມຄໍ່າຄືນກໍຄວນເປີດແສງໄຟເພື່ອກະຕຸ້ນຄວາມເປັນມົງຄຸນ. ໄມ້ດອກທີ່ເສີມພະລັງຈະເປັນໄມ້ດອກສີແດງ, ສີສົ້ມ, ສີເຫລືອງ, ສີມ່ວງ, ສີຊົມພູ, ໄມ້ໃບສີຂຽວທີ່ສວຍງາມກໍເສີມພະລັງໃນທິດນີ້ດ້ວຍເຊັ່ນກັນ ທິດນີ້ສົ່ງຜົນໃນດ້ານເຄຣດິດ ແລະການຍອບຮັບຈາກສັງຄົມ.
ຫາກສວນຂອງທ່ານຢູ່ໃນທິດເຄິ່ງກາງບ້ານ (ຊຶ່ງໂດຍປົກກະຕິເຮົາບໍ່ຄວນຈັດສວນຢູ່ກາງບ້ານ) ການຈັດສວນກາງບ້ານຕ້ອງໃຊ້ຄວາມສົມດຸນຂອງພະລັງເຂົ້າຊ່ວຍເປັນສຳຄັນ ເພາະພະລັງຂອງກາງບ້ານຖືເປັນຫົວໃຈຂອງບ້ານ ຫາກຈັດສວນແລ້ວບໍ່ກໍ່ໃຫ້ເກີດພະລັງ ຫລືບໍ່ມີຄວາມສົມດຸນອາດກໍ່ເກີດປັນຫາກັບຊີວິດຂອງຄົນໃນບ້ານໄດ້ ນະຈຸດນີ້ຈະຂໍອະນຸຍາດຂ້າມໄປເພາະວ່າເປັນເລື່ອງລະອຽດອ່ອນ.
ຈະເຫັນວ່າການຈັດສວນທີ່ດີກໍສາມາດເສີມສ້າງພະລັງມຸງຄຸນໃຫ້ແກ່ຊີວິດໄດ້ເຊັ່ນກັນ ເມື່ອເຮົາຮູ້ເທັກນິກເບື້ອງຕົ້ນໃນການເລືອກຕົ້ນໄມ້ ແລະການຈັດສວນຫລັກຮວງຈຸ້ຍແລ້ວ ຈະລໍຖ້າອັນໃດຢູ່ ມາຈັດສວນເພື່ອເສີມມຸງຄຸນຊີວິດໃຫ້ກັບຕົວເອງໄດ້ເລີຍ.
ຂຽນໂດຍ: ອຈ ເກັ່ງ ເສີມຊີວິດ (ພັດສະພົນ ໂຍທິນທຳມະທອນ)
ຮັບອອກແບບປັບແຕ່ງສວນໃຫ້ຖືກຕາມຫລັກຮວງຈຸ້ຍບ້ານ
ຮັບແກ້ຫລືປັບພູມມີທັດຫນ້າບ້ານໃຫ້ເຫມາະກັບບ້ານ
ຮັບອອກແບບຈັດສວນ ໂດຍນັກອອກແບບມືອາຊີບດ້ວຍງົບປະມານທີ່ລູກຄ້າສາມາດຈັບຕ້ອງໄດ້ ບໍ່ວ່າຈະເປັນສວນຂະຫນາດນ້ອຍ ສວນຂະຫນາດກາງ ສວນຂະຫນາດໃຫ່ຍ ຫລືສວນຕົບແຕ່ງແບບກະທັດຮັດຫນ້າຮັກ ທີ່ສາມາດຈັດຕາມລາຄາທີ່ລູກຄ້າສະເຫນີໄດ້ເລີຍ
ຫາກທ່ານຕ້ອງການ ປັບປຸງສວນ ຈັດສວນໃຫ່ມ ແຕ່ມີງົບທີ່ຈຳກັດ ເຮົາມີສວນງາມໆລາຄາບໍ່ແພງ
ສວນຫນ້າບ້ານ
ສວນຂ້າງບ້ານຂະຫນາດນ້ອຍລາຄາຍ່ອມເຍົາ
ງົບປະມານບໍ່ເຖິງແສນ
ຢໍ້າລາຄາບໍ່ເຖິງແສນບາດ
Landscape Desigh Garden feng shui
Contractor 02023446456
ຮັບຈັດສວນ #ອອກແບບສວນ #ຮັບຈັດຫາຕົ້ນໄມ້
ຕົ້ນໄມ້ໃຫ້ເຊົ່າ #ຕົ້ນໄມ້ຈັດຫນ້າງານ #ຕົ້ນໄມ້ຕົກແຕ່ງສະຖານທີ່
ປັບປຸງສວນ ສວນລາຄາຕາມງົບ
ຈັດສວນລາຄາຕາມງົບ