Mekong Timber Plantations Co., Ltd

Mekong Timber Plantations Co., Ltd Mekong Timber Plantations Co., Ltd.
ບໍລິສັດ ແມ່ຂອງປູກຕົ້ນໄມ້ ຈຳກັດ

04/06/2026

[𝐄𝐧𝐠𝐥𝐢𝐬𝐡 𝐕𝐞𝐫𝐬𝐢𝐨𝐧 𝐁𝐞𝐥𝐨𝐰]

ເພີ່ມຄວາມເຂັ້ມແຂງໃຫ້ທຸລະກິດ ດ້ວຍການສະໜັບສະໜູນແມ່ຍິງໃນວຽກງານດ້ານທຸລະກິດ! 💼✨

ເພາະການເຮັດທຸລະກິດທີ່ເປີດໂອກາດໃຫ້ທຸກຄົນຢ່າງເທົ່າທຽມ ບໍ່ພຽງແຕ່ຊ່ວຍຫຼຸດຜ່ອນຄວາມສ່ຽງເທົ່ານັ້ນ, ແຕ່ຍັງເປັນກຸນແຈສຳຄັນໃນການເພີ່ມປະສິດທິພາບ ແລະ ຂັບເຄື່ອນການເຕີບໂຕຢ່າງຍືນຍົງ! 🌱📈

ອົງການ ແຄຣ໌ ນານາຊາດ ປະຈຳ ສປປ ລາວ ແລະ Austcham Lao PDR ຂໍເຊີນຊວນບັນດານັກທຸລະກິດ, ຜູ້ປະກອບການ ແລະ ທ່ານທີ່ສົນໃຈ ເຂົ້າຮ່ວມງານພົບປະແລກປ່ຽນພາຍໃຕ້ຫົວຂໍ້: "ການເອົາບົດບາດຍິງ-ຊາຍເປັນບຸລິມະສິດຂອງການລົງທຶນໃນ ສປປ ລາວ"

🤝 ມາຮ່ວມສ້າງເຄືອຂ່າຍ, ແລກປ່ຽນປະສົບການ ແລະ ເປີດຮັບໂອກາດໃໝ່ໆ ທາງທຸລະກິດໄປນຳກັນ!

📌 ລາຍລະອຽດຂອງງານ (ເຂົ້າຮ່ວມຟຣີ!):
📅 ວັນທີ: ວັນພະຫັດ, 11 ມິຖຸນາ 2026
⏰ ເວລາ: 8:30 AM - 11:30 AM
📍 ສະຖານທີ່: ໂຮງແຮມ ຄຣາວ ພລາຊາ ວຽງຈັນ

🔗 ຊ່ອງທາງລົງທະບຽນ ແລະ ຕິດຕໍ່:
👉 ລົງທະບຽນເຂົ້າຮ່ວມງານ: https://shorturl.at/zR03a
📞 ສອບຖາມຂໍ້ມູນເພີ່ມເຕີມ: 020 5787 4477

ດ່ວນ! ບ່ອນນັ່ງມີຈຳນວນຈຳກັດ, ຮີບລົງທະບຽນແລ້ວມາພົບກັນໃນງານເດີ້! 🚀✨

_________________________

Strengthen Business Resilience by Supporting Women in the Corporate Sector! 💼✨

Operating a business that provides equitable opportunities for all individuals not only mitigates risks, but also serves as a critical catalyst for enhancing efficiency and driving sustainable growth! 🌱📈

CARE International in Lao PDR and Austcham Lao PDR cordially invites business leaders, entrepreneurs, and interested parties to participate in the networking and briefing event entitled: "Engaging with Gender Priorities for Investment in the Lao PDR"

🤝 Join us to establish networks, exchange strategic insights, and explore new business opportunities.

📌 Event Details (Complimentary Admission):
📅 Date: Thursday, June 11, 2026⏰ Time: 8:30 AM - 11:30 AM
📍 Venue: Crowne Plaza Vientiane

🔗 Registration & Inquiries:
👉 Register for the event: https://shorturl.at/zR03a
📞 For further information, please contact: 020 5787 4477

Seats are limited! Secure your spot today and let’s shape a prosperous and sustainable business future together! 🚀✨

On Lao National Arbor Day and International Children’s Day, we are reminded that the greatest legacy we can leave is not...
01/06/2026

On Lao National Arbor Day and International Children’s Day, we are reminded that the greatest legacy we can leave is not only the trees we plant today, but the young people we empower to shape tomorrow.

Trees grow forests. Children grow nations.

At Mekong Timber Plantations, our commitment extends beyond sustainable forestry—we are investing in the next generation of leaders, innovators, and changemakers who will build a greener, stronger, and more sustainable Laos.

Because when we nurture both nature and youth, we are planting the future.

[ENGLISH BELOW]ເນື່ອງໃນວັນກຳມະກອນສາກົນນີ້, ບໍລິສັດ ແມ່ຂອງປູກຕົ້ນໄມ້ ຈຳກັດ ຂໍຮ່ວມສະເຫຼີມສະຫລອງ ແລະ ສະແດງຄວາມຂອບໃຈຢ່າງສູງສ...
01/05/2026

[ENGLISH BELOW]

ເນື່ອງໃນວັນກຳມະກອນສາກົນນີ້, ບໍລິສັດ ແມ່ຂອງປູກຕົ້ນໄມ້ ຈຳກັດ ຂໍຮ່ວມສະເຫຼີມສະຫລອງ ແລະ ສະແດງຄວາມຂອບໃຈຢ່າງສູງສຸດຕໍ່ພະນັກງານທຸກຄົນ ທີ່ໄດ້ທຸ່ມເທແຮງກາຍ ແລະ ແຮງໃຈ ເພື່ອຂັບເຄື່ອນການເຕີບໂຕຢ່າງຍືນຍົງຂອງພວກເຮົາ 🌱

ພວກເຮົາເຊື່ອມັ່ນວ່າ “ຄົນ” ແມ່ນຫົວໃຈຂອງທຸກຄວາມສຳເລັດ ແລະ MTP ມຸ່ງມັ່ນທີ່ຈະສ້າງສະຖານທີ່ເຮັດວຽກທີ່ປອດໄພ, ເປັນທຳ ແລະ ເຄົາລົບສິດທິພະນັກງານຢ່າງເຕັມທີ່

ຂໍຂອບໃຈທຸກການທຸ່ມເທ ແລະ ການມີສ່ວນຮ່ວມ ທີ່ເຮັດໃຫ້ MTP ເຕີບໂຕຢ່າງມີຄຸນຄ່າ ແລະ ຍືນຍົງ

On this International Labour Day, Mekong Timber Plantations (MTP) proudly celebrates and expresses our deepest appreciation to all our employees for your dedication, hard work, and commitment in driving our sustainable growth 🌱

We believe that our people are at the heart of everything we do. MTP remains committed to providing a safe, fair, and respectful workplace where everyone’s rights are upheld.

Thank you for your continued contributions in making MTP stronger and more sustainable.

[ENGLISH BELOW]🌱 **ໂຄງການຝຶກງານ MTP – ສ້າງອະນາຄົດ ຜ່ານການຮຽນຮູ້ຈາກປະສົບການຈິງ!** 🌏💚MTP ມີຄວາມຍິນດີ ໃນການຕ້ອນຮັບນ້ອງໆນັກສ...
06/04/2026

[ENGLISH BELOW]

🌱 **ໂຄງການຝຶກງານ MTP – ສ້າງອະນາຄົດ ຜ່ານການຮຽນຮູ້ຈາກປະສົບການຈິງ!** 🌏💚

MTP ມີຄວາມຍິນດີ ໃນການຕ້ອນຮັບນ້ອງໆນັກສຶກສາ 3 ຄົນ ຈາກ ຄະນະສັງຄົມສາດ ສາຂາ ການພັດທະນາຊຸມຊົນ ແລະ ຊົນນະບົດ ມະຫາວິທະຍາໄລແຫ່ງຊາດ ລາວ ເຂົ້າຮ່ວມ **ໂຄງການຝຶກງານ (Internship Program)** ຂອງພວກເຮົາ. 🙌✨

ພາຍໃຕ້ໂຄງການນີ້, ນ້ອງໆຈະໄດ້:
🌿 ຮຽນຮູ້ຈາກທີມງານມືອາຊີບ
🌿 ຝຶກປະສົບການໃນພາກສະໜາມ ແລະ ການເຮັດວຽກຈິງ
🌿 ພັດທະນາທັກສະດ້ານຊຸມຊົນ ແລະ ການພັດທະນາ
🌿 ເຂົ້າໃຈການຮ່ວມມືກັບຊຸມຊົນ ໃນວຽກງານປ່າໄມ້ຢ່າງຍືນຍົງ

ພວກເຮົາເຊື່ອວ່າ ການສ້າງໂອກາດໃຫ້ຊາວໜຸ່ມ ແມ່ນການສ້າງພື້ນຖານທີ່ແຂງແຮງ ໃຫ້ກັບຊຸມຊົນ ແລະ ປະເທດ. 💪🇱🇦

ຂອບໃຈນ້ອງໆທັງ 3 ຄົນ ທີ່ເລືອກ MTP ໃຫ້ເປັນສ່ວນໜຶ່ງໃນເສັ້ນທາງການຮຽນຮູ້ — ຂໍໃຫ້ໂອກາດນີ້ ເປັນບາດກ້າວສຳຄັນ ໄປສູ່ອະນາຄົດທີ່ປະສົບຜົນສຳເລັດ! 🌟🌱

---

🌏💚 **Welcoming Our Interns to MTP!** 🌱

Mekong Timber Plantations (MTP) is pleased to welcome three interns from the Faculty of Social Sciences, majoring in Community and Rural Development, National University of Laos, to join our Internship Program. 🙌✨

Through this program, they will:
🌿 Learn from experienced professionals
🌿 Gain hands-on field experience
🌿 Strengthen skills in community development
🌿 Understand community engagement in sustainable forestry

We believe empowering youth is key to building a stronger and more sustainable future. 💪

Thank you to our interns for choosing MTP — we are excited to support your journey! 🌿🚀

30/01/2026
[ENGLISH BELOW]🎉 ຂໍສະແດງຄວາມຍິນດີນຳນັກຮຽນທຶນຂອງພວກເຮົາ, ນາງ ປານີ ຂຸນມະນີ! 👏ພວກເຮົາຂໍສະແດງຄວາມຍິນດີນຳ ນາງ ປານີ ຂຸນມະນີ ແລ...
24/12/2025

[ENGLISH BELOW]

🎉 ຂໍສະແດງຄວາມຍິນດີນຳນັກຮຽນທຶນຂອງພວກເຮົາ, ນາງ ປານີ ຂຸນມະນີ! 👏

ພວກເຮົາຂໍສະແດງຄວາມຍິນດີນຳ ນາງ ປານີ ຂຸນມະນີ ແລະ ທີມງານ, ປານີ ເປັນນັກສຶກສາທຶນຂອງ MTP ປະຈຸບັນແມ່ນສຶກສາຢູ່ປີທີ 4 ຂອງສາຂາພັດທະນາຊຸມຊົນ ແລະ ຊົນນະບົດ, ຄະນະວິຊາວິທະຍາສາດສັງຄົມ, ມະຫາວິທະຍາໄລແຫ່ງຊາດ ທີ່ໄດ້ປະສົບຜົນສຳເລັດໃນການເຂົ້າຮ່ວມແຂ່ງຂັນນຳສະເໜີແຜນໂຄງການໃນວຽກງານປົກປ້ອງສັງຄົມ.

🗣 ຫົວຂໍ້ການແຂ່ງຂັນ:
ພາຍໃຕ້ຫົວຂໍ້: ພວກເຮົາຈະສະໜອງການບໍລິການດ້ານການຊ່ວຍເຫຼືອສັງຄົມ ແລະ ອຸດໜູນດ້ານການເງິນໃຫ້ແກ່ຊຸມຊຸມຊົນໄດ້ຄືແນວໃດ?

📌 ຫົວຂໍ້ທີ່ສົ່ງເຂົ້າແຂ່ງຂັນ:
“ຄວາມຫວັງເລີ່ມຕົ້ນຈາກແມ່” (ເປັນໂຄງການສົ່ງເສີມໂພຊະນາການໃຫ້ແມ່ ແລະ ເດັກ)

🏆 ຜົນການແຂ່ງຂັນ:
ລາງວັນຊະນະເລີດອັນດັບທີ II

ລາງວັນນີ້, ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນອັນໜັກແໜ້ນຂອງທີມຕໍ່ກັບວຽກງານການພັດທະນາຊຸມຊົນ ແລະ ຊີວິດການເປັນຢູ່ທີ່ດີຂອງສັງຄົມ. ພວກເຮົາພູມໃຈເປັນຢ່າງຍິ່ງທີ່ໄດ້ເປັນສ່ວນໜຶ່ງໃນການສະໜັບສະໜູນບັນດາຜູ້ນຳໄວໜຸ່ມທີ່ເປັນຜູ້ຂັບເຄື່ອນການປ່ຽນແປງທີ່ດີໃນຊຸມຊົນ.
ຊົມເຊີຍເດີ, ປານີ ແລະ ທີມງານ!

🎉 Congratulations to our scholarship student, Pany Khounmany! 👏

We are proud to congratulate Pany Khounmany and the team, with Pany currently a 4th-year student at the National University of Laos (NUOL), Faculty of Rural and Community Development, for their successful participation in a project proposal presentation competition on social protection.

🗣 Competition theme:
How can we provide social assistance services and financial support to communities?

📌 Project title:
“Hope Begins with Mothers” — a project focused on promoting nutrition for mothers and children.

🏆 Achievement:
2nd Prize Winner

This achievement reflects the team’s strong commitment to community development and social well-being. We are very proud to support young leaders who are driving positive change in communities.
Well done, Pany and team!

[ENGLISH BELOW]🇱🇦 ຊົມເຊີຍ ນ້ຳໃຈວັນຊາດ ສາທະລະນະລັດ ປະຊາທິປະໄຕ ປະຊາຊົຍລາວ ຄົບຮອບ 50 ປີ 🇱🇦ເນື່ອງໃນໂອກາດ ການສະເຫຼີມສະຫຼອງ ວັ...
02/12/2025

[ENGLISH BELOW]

🇱🇦 ຊົມເຊີຍ ນ້ຳໃຈວັນຊາດ ສາທະລະນະລັດ ປະຊາທິປະໄຕ ປະຊາຊົຍລາວ ຄົບຮອບ 50 ປີ 🇱🇦

ເນື່ອງໃນໂອກາດ ການສະເຫຼີມສະຫຼອງ ວັນຊາດລາວ ຄົບຮອບ 50 ປີ, MTP ພູມໃຈທີ່ໄດ້ເປັນສ່ວນໜຶ່ງໃນການຢືນຄຽງບ່າຄຽງໄຫຼ ພີ່ນ້ອງປວງຊົນລາວບັນດາເຜົ່າໃນທົ່ວປະເທດ ໃນການສ້າງອະນາຄົດທີ່ຍືນຍົງ.
- ພວກເຮົາເສີມຂະຫຍາຍຍຸດທະສາດປ່າໄມ້ແຫ່ງຊາດ ໂດຍຜ່ານການຄຸ້ມຄອງປ່າໄມ້ແບບມີຄວາມຮັບຜິດຊອບ, ການຟື້ນຟູປ່າໄມ້, ແລະ ການປົກປັກຮັກສາພື້ນທີ່ທີ່ສຳຄັນທາງດ້ານລະບົບນິເວດ.
- ພວກເຮົາເຮັດວຽກຢ່າງໃກ້ຊິດຕິດແພດກັບຊຸມຊົນ ເພີ່ມເພີ່ມທະວີຂີດຄວາມສາມາດຂອງຊຸມຊົນ, ສົ່ງເສີມແມ່ຍິງ ແລະ ໄວໜຸ່ມ ແລະ ສ້າງຜົນປະໂຫຍດອັນເປັນຮູບປະທຳທີ່ຍືນຍາວໃຫ້ກັບຊຸມຊົນ.
- ພວກເຮົາປະກອບສ່ວນໃຫ້ກັບການພັດທະນາເສດຖະກິດຂອງຊາດ ໂດຍການສ້າງວຽກເຮັດງານທຳ, ຮ່ວມມືກັບຊຸມຊົນທ້ອງຖິ່ນ, ແລະ ຜະລິດຕະພັນໄມ້ແບບຍືນຍົງ.
ພວກເຮົາມາຮ່ວມກັນສະເຫຼີມສະຫຼອງ ແລະ ຊົມເຊີຍ ໃຫ້ກັບການພັດທະນາຂອງຊາດ ແລະ ຄວາມມຸ່ງໝັ້ນເພື່ອອະນາຄົດທີ່ເປັນມິດກັບສິ່ງແວດລ້ອມ ແລະ ເຂັ້ມແຂງຍິ່ງຂຶ້ນ ເພື່ອຄົນຮຸ່ນຕໍ່ໆໄປ.

ນ້ຳໃຈວັນຊາດ ທີ 2 ທັນວາ ໝັ້ນຍືນ! 🇱🇦✨

🇱🇦 Happy 50th National Day, Lao People's Democratic Republic 🇱🇦
As the nation celebrates 50 years of Peace, Independence, Democracy, Unity and Prosperity, MTP is proud to stand alongside the people of Laos in building a sustainable future.

- We support national forest strategies through responsible plantation management, forest restoration, and the protection of important ecosystems.
- We work closely with communities to strengthen livelihoods, empower women and youth, and create long-term social benefits.
- We contribute to the country’s economic development through job creation, local partnerships, and sustainable timber production.

Together, we honor our nation’s journey and commit to a greener, stronger future for generations to come.

Happy 50th National Day! 🇱🇦✨

🌳 ຜົນສໍາເລັດຂອງ MTP! ໃນການຜ່ານການປະເມີນຮັບຮອງ FSC ອີກຄັ້ງ ໃນເດືອນຕຸລາ 2025 ນີ້! 🌏💚ຂໍຊົມເຊີຍ ແລະ ຂອບໃຈທີມງານ MTP ທຸກຄົນ ທ...
23/10/2025

🌳 ຜົນສໍາເລັດຂອງ MTP! ໃນການຜ່ານການປະເມີນຮັບຮອງ FSC ອີກຄັ້ງ ໃນເດືອນຕຸລາ 2025 ນີ້! 🌏💚

ຂໍຊົມເຊີຍ ແລະ ຂອບໃຈທີມງານ MTP ທຸກຄົນ ທີ່ຊ່ວຍການປະເມີນ Forest Management (FM) ແລະ Chain of Custody (CoC) ພາຍໃຕ້ການຮັບຮອງຂອງ Forest Stewardship Council (FSC) ສໍາເລັດອີກ ໃນປີນີ້! 🙌✨

ຄວາມສຳເລັດນີ້ບໍ່ແມ່ນພຽງແຕ່ໃບຢັ້ງຢືນ ແຕ່ເປັນການສະທ້ອນເຖິງ ຄວາມທຸ່ມເທ, ຄວາມມຸ່ງໝັ້ນ ແລະ ຄວາມຮັກໃນວຽກງານ ຂອງພວກເຮົາ ໃນການຈັດການວຽກງານປ່າໄມ້ຢ່າງມີຄວາມຮັບຜິດຊອບ, ການຮ່ວມມືກັບຊຸມຊົນ ແລະ ການຜະລິດໄມ້ແບບຍືນຍົງໃນ ສປປ ລາວ. 💪

MTP ຂໍຂອບໃຈຕໍ່ທຸກພາກສ່ວນ ທັງໃນສວນປູກ, ໂຮງງານ ແລະ ສຳນັກງານ ທີ່ມີຄວາມຕັ້ງໃຈ ແລະ ຮ່ວມກັນດຳເນີນງານຢ່າງຖືກຕ້ອງ. ເພື່ອ ຊຸມຊົນ, ສິ່ງແວດລ້ອມ ແລະ ຄວາມກ້າວໜ້າ.

🌿💚🎉🌳 We did it again! MTP proudly passes another FSC Audit! 🌏💚

Huge congratulations to the entire Mekong Timber Plantations (MTP) team for successfully passing our Forest Management (FM) and Chain of Custody (CoC) audit under the Forest Stewardship Council (FSC) certification! 🙌✨

This achievement is more than just a certificate — it’s a reflection of our team’s dedication, hard work, and passion for responsible forestry, community partnership, and sustainable timber production in Laos. 🇱🇦💪

A heartfelt thank you to everyone across our plantations, mill, and offices for your continuous commitment to doing things the right way — for people, planet, and prosperity. 🌿

📢 ໂອກາດດີໆມາຮອດແລ້ວ!🌿ທຶນການສຶກສາຂະແໜງປ່າໄມ້ໃນລາວ ປະຈຳປີ 2025! ຄັ້ງທໍາອິດກັບການເປີດຮັບສະໝັກ ທຶນການສຶກສາ ສຳລັບນັກສຶກສາ ທີ່...
04/09/2025

📢 ໂອກາດດີໆມາຮອດແລ້ວ!🌿ທຶນການສຶກສາຂະແໜງປ່າໄມ້ໃນລາວ ປະຈຳປີ 2025!

ຄັ້ງທໍາອິດກັບການເປີດຮັບສະໝັກ ທຶນການສຶກສາ ສຳລັບນັກສຶກສາ ທີ່ມີຜົນການຮຽນດີເລີດ ແລະ ມີຄວາມສົນໃຈໃນ ຂະແໜງປ່າໄມ້ ໃນ 3 ມະຫາວິທະຍາໄລ ເປົ້າໝາຍຂອງລາວ ເຊັ່ນ:

ຄະນະວິທະຍາສາດປ່າໄມ້, ມະຫາວິທະຍາໄລແຫ່ງຊາດ, ນະຄອນຫຼວງວຽງຈັນ;

ຄະນະກະເສດສາດ ແລະ ຊັບພະຍາກອນປ່າໄມ້, ມະຫາວິທະຍາໄລສຸພານຸວົງ, ແຂວງ ຫຼວງພະບາງ ;

ຄະນະກະເສດສາດ ແລະ ສິ່ງແວດລ້ອມ, ມະຫາວິທະຍາໄລສະຫວັນນະເຂດ, ແຂວງ ສະຫວັນນະເຂດ.

📍ເປີດຮັບສະໝັກສຳລັບນັກສຶກສາ ທີ່ຈະເລີ່ມເຂົ້າຮຽນ ປີ1 ຫຼື ກຳລັງຈະຂຶ້ນ ປີ2, ປີ3 ແລະ ປີ4 ໃນລະດັບປະລິນຍາຕີ, ນັກສຶກສາທີ່ກໍາລັງຈະສືບຕໍ່ປະລິນຍາໂທ ແລະ ປະລິນຍາເອກ ໃນສົກສຶກສາ 2025-2026

🎓 ວິທີການສະໝັກ: ສໍາລັບທ່ານໃດທີ່ສົນໃຈ ສາມາດສະແກນຄິວອາໂຄດໃນໂພສເຕີ ຫຼື ກົດລິ້ງດ້ານລຸ່ມ ເພື່ອເບິ່ງລາຍລະອຽດເງື່ອນໄຂ, ວິທີການສະໝັກ ແລະ ດາວໂຫຼດແບບຟອມສະໝັກໄດ້ທີ່: https://bit.ly/41mWF3B

ທ່ານສາມາດສົ່ງເເບບຟອມ ຜ່ານຊ່ອງທາງໃດກໍໄດ້ ໃນ 3 ຊ່ອງທາງດັ່ງນີ້:



👉🏻 ຊ່ອງທາງທີ 1) ໄປສະນີ:

ຫ້ອງການ Protection and Sustainable Use of Forest Ecosystems and Biodiversity (ProFEB)

Deutsche Gesellschaft für Internationale Zusammenarbeit (GIZ) GmbH

ຕູ້ໄປສະນີ 9233, ຫ້ອງການ ProFEB ນະຄອນຫຼວງວຽງຈັນ.



👉🏻 ຊ່ອງທາງທີ 2) ຍື່ນດ້ວຍຕົນເອງໄດ້ທີ່: ຫ້ອງການ ProFEB/GIZ ຖະໜົນອາຊຽນ, ບ້ານສີດໍາດວນ, ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ສະຖານທີ່: https://maps.app.goo.gl/RYNXgzHPJCEkazdf9



👉🏻 ຊ່ອງທາງທີ 3) ສົ່ງທາງອີເມວ: ນາງ ພອນທິບ ສີສົມບູນ: [email protected]

🗓 ມື້ສຸດທ້າຍຂອງການສົ່ງແບບຟອມ: ວັນທີ 15 ກັນຍາ 2025

✍️ ສາມາດຕື່ມແບບຟອມເປັນ ພາສາລາວ ຫຼື ພາສາອັງກິດ ໃຫ້ຄົບຕາມເງື່ອນໄຂລະບຸໄວ້ໃນເອກະສານແນະນໍາ

📞 ສອບຖາມ: +856 20 92 239 693


----------------------------------------------

📢 Exciting Opportunity: Apply Now for the Laos Forestry Scholarship 2025!

Applications are now open for the first time! Eligible students are those studying in the field of forestry, with excellent academic results, and are interested in the forestry education program in 3 target universities:

§ Faculty of Forestry, National University of Laos, Vientiane Capital

§Faculty of Agriculture and Forest Resources, Souphanouvong University, Luang Prabang Province

§ Faculty of Agriculture and Environment, Savannakhet University, Savannakhet Province

📍Apply now for bachelor's, master's and doctoral degrees in the 2025-2026 academic year!

🎓 Students can submit their application through any of the three available channels:



👉🏻 Channel 1) Post office:

Protection and Sustainable Use of Forest Ecosystems and Biodiversity (ProFEB)

Deutsche Gesellschaft für Internationale Zusammenarbeit (GIZ) GmbH

P.O. Box 9233, ProFEB Vientiane office, Vientiane Capital, Lao PDR



👉🏻 Channel 2) Apply in person:

ProFEB/GIZ Office, ASEAN Road, Ban Sidamduan, Chanthaburi District, Vientiane Capital

Office Location: https://maps.app.goo.gl/RYNXgzHPJCEkazdf9



👉🏻 Channel 3) By email: Ms. Phonethip Sisomboun: [email protected]

🗓 Deadline for submitting applications: September 15, 2025

✍️ Complete the form in Lao or English as instructed in the guidance document

📞 Contact person for information: +856 20 92 239 693









🎓🌱 ຂໍສະແດງຄວາມຍິນດີນຳນັກສຶກສາທຶນ MTP ຂອງພວກເຮົາ! 🌱🎓🎓🌱 Congratulations to Our MTP Scholarship Recipient! 🌱🎓[English Below...
01/09/2025

🎓🌱 ຂໍສະແດງຄວາມຍິນດີນຳນັກສຶກສາທຶນ MTP ຂອງພວກເຮົາ! 🌱🎓
🎓🌱 Congratulations to Our MTP Scholarship Recipient! 🌱🎓

[English Below]

ພວກເຮົາຮູ້ສຶກພາກພູມໃຈທີ່ໄດ້ຮ່ວມສະເຫຼີມສະຫຼອງຄວາມສຳເລັດຂອງ ທອງດີ ສຸລິຍະປັນຍາ, ໜຶ່ງໃນນັກສຶກສາທຶນ MTP ທີ່ໄດ້ສຳເລັດການສຶກສາ ຊັ້ນສູງສາຂາວິທະຍາສາດກະສິກຳ ດ້ວຍກຽດນິຍົມຜົນງານການຮຽນດີເດັ່ນ ຈາກ ວິທະຍາໄລເຕັກນິກ-ວິຊາຊີບ ແຂວງຄຳມ່ວນ 👏

ຄວາມສຳເລັດຂອງທອງດີ ສະທ້ອນໃຫ້ເຫັນບໍ່ພຽງແຕ່ຄວາມພາກພຽນ ແລະ ຄວາມພະຍາຍາມຂອງທອງດີເທົ່ານັ້ນ ແຕ່ຍັງເປັນເປົ້າໝາຍ ຂອງໄວໜຸ່ມໃນຊຸມຊົນຂອງພວກເຮົາ ທີ່ຈະກາຍເປັນຜູ້ນຳດ້ານກະສິກຳ ແລະ ປ່າໄມ້ໃນອະນາຄົດ.

MTP ມີຄວາມມຸ່ງໝັ້ນໃນການລົງທຶນດ້ານການສຶກສາ ແລະ ການພັດທະນາໄວໜຸ່ມ, ເພື່ອສົ່ງເສີມໃຫ້ໄວໜຸ່ມສ້າງອະນາຄົດທີ່ຍືນຍົງ ໃຫ້ແກ່ຕົນເອງ, ຄອບຄົວ ແລະ ສັງຄົມ. 🌍

ພວກເຮົາຂໍຊວນໃຫ້ທຸກທ່ານ ຮ່ວມສະແດງຄວາມຍິນດີກັບ ທອງດີ ໃນການບັນລຸເປົ້າໝາຍຄັ້ງນີ້ ແລະ ຂໍອວຍພອນໃຫ້ທອງດີປະສົບຜົນສຳເລັດໃນການເດີນທາງສູ່ອະນາຄົດ ດ້ານກະສິກຳ, ປ່າໄມ້ ແລະ ອື່ນໆ ຕໍ່ໄປ! 🌿✨

We are proud to celebrate the success of Thongdy Souliyapanya, one of our MTP scholarship recipients, who has just completed his Higher Diploma in Agricultural Science with Distinction from Khammuan Technical College. 👏

This achievement reflects not only his hard work and dedication but also the promise of young people in our communities to become the next generation of Agriculture and Forestry leaders.

At MTP, we remain committed to investing in education and skills development, empowering youth to build a sustainable future for themselves, their families, and our shared environment. 🌍

Please join us in congratulating Thongdy on this milestone and wishing him every success as he continues his journey in Agriculture, Forestry, and beyond! 🌿✨

Address

Saphanthong-neu
Vientiane

Opening Hours

Monday 08:00 - 17:00
Tuesday 08:00 - 17:00
Wednesday 08:00 - 17:00
Thursday 08:00 - 17:00
Friday 08:00 - 17:00

Alerts

Be the first to know and let us send you an email when Mekong Timber Plantations Co., Ltd posts news and promotions. Your email address will not be used for any other purpose, and you can unsubscribe at any time.

Share